Views: 5
ຄຳຖາມທີ່ຖືກຖາມເລື້ອຍໆ
ຄຳຖາມທີ່ຖືກຖາມເລື້ອຍໆ
ສິນຄ້າທຸກຢ່າງໃນເວັບໄຊເເມ່ນມີພ້ອມສົ່ງ ລູກຄ້າສາມາດເບິ່ງໄດ້ຕາມຈຳນວນສະຕ໋ອກສິນຄ້າ ( availability in stock ).
ພວກເຮົາບໍ່ມີຫນ້າຮ້ານ ເເຕ່ລູກຄ້າສາມາດກົດຊື້ນຳທາງເວັບໄຊ ເເລະ ເລືອກການຈັດສົ່ງເເບບ ມາຮັບເຄື່ອງເອງໄດ້ ເເລ້ວທີມງານຂອງພວກເຮົາຈະຕິດຕໍ່ກັບໄປທາງວັອດແອັບ ເພື່ອສົ່ງໂລເຄຊັ່ນຂອງຫ້ອງການໃຫ້ເເກ່ລູກຄ້າ.
ພວກເຮົາມີບໍລິການການຈັດສົ່ງເຖິງທີ່ໃຫ້ລູກຄ້າໄດ້ເຊິ່ງຄ່າສົ່ງເເມ່ນຂຶ້ນກັບໄລເດີ້ດ່ວນ ( ຄູ່ຮ່ວມທຸລະກິດພວກເຮົາ ) ຫລັງຈາກລູກຄ້າກົດຊື້ອໍເດີ້ ເເລະ ເເຈ້ງລາຍລະອຽດກອກຂໍ້ມູນວ່າ: ຈະໃຫ້ໄລເດີ້ໄປສົ່ງ ທາງໄລເດີ້ຈະຕິດຕໍ້ຫາລູກຄ້າ ເພື່ອຈັດສົ່ງເລີຍທັນທີ. ສຳລັບຮັບເຄື່ອງເອງຫລັງຈາກກົດຊື້ເເລ້ວທາງພວກເຮົາຈະທັກຫາທາງວັອດແອັບເພື່ອສົ່ງໂລເຄຊັ່ນໃຫ້ເລີຍທັນທີ.
ສິນຄ້າທຸກເເບບໃນເວັບໄຊຂອງພວກເຮົາ ພວກເຮົາໄດ້ຖ່າຍຮູບສິນຄ້າຈິງໃຫ້ລູກຄ້າໄດ້ເບິ່ງຢ່າງຊັດເຈນກ່ອນຕັດສິນໃຈສັ່ງຊື້ ລູກຄ້າສາມາດກົດເບິ່ງຮູບຕົວຈິງຂອງສິນຄ້ານັ້ນໆໄດ້ເວລາທີ່ລູກຄ້າກົດເລືອກສີ ຫລື ສັງເກດຈາກນາງເເບບຫລືພື້ນຫລັງການຖ່າຍເເຕ່ລະຮູບຈະຄ້າຍໆກັນທຸກຮູບ ນັ້ນເເມ່ນຮູບຕົວຈິງທີ່ທີມງານເເລະນາງເເບບເຮົາຈັດຖ່າຍເພື່ອໃຫ້ລູກຄ້າໃຊ້ໃນການຕັດສິນໃຈໄດ້ງ່າຍຂຶ້ນ.
ສຳລັບກໍລະນີນີ້ ທຸກຄັ້ງທີ່ລູກຄ້າເປີດຖົງເຄື່ອງ ພວກເຮົາລົບກວນໃຫ້ລູກຄ້າຖ່າຍຄິບໄວ້ເປັນຫລັກຖານລະອຽດ ເພື່ອຜົນປະໂຫຍດຂອງລູກຄ້າເອງ 🍒🍒ຫາກບໍ່ຕົງຕາມຮູບ 🍒🍒ທາງເຮົາຍິນດີຄືນເງິນ🍒🍒 🍒🍒ຫາກເຄື່ອງມີບັນຫາ ຜິດສີ ຜິດໄຊ ຜິດເເບບ ທາງເຮົາຮັບຜິດຊອບຈັດປ່ຽນໃຫ້ ຂໍເເຕ່ເເຈ້ງທາງເຮົາມາ, ຍິນດີຮັບຟັງເເລະໃຫ້ການຊ່ວຍເຫລືອສະເຫມີ.
ພວກເຮົາມີບໍລິການເເບບຈ່າຍເງິນປາຍທາງໄດ້ ເເຕ່ລູກຄ້າຕ້ອງໄດ້ຈັດເເຈງເວລາເເລະສາມາດໄປຮັບເຄື່ອງໃຫ້ທາງພວກເຮົາໃຫ້ໄດ້ພາຍໃນ 3 ມື້ຫາກກ່າຍ 3 ມື້ເເມ່ນທາງເຮົາຈະໄດ້ລົບກວນເວລາໃຫ້ລູກຄ້າເເຈ້ງໂອນໃຫ້ທາງພວກເຮົາກ່ອນ ເພື່ອປ້ອງກັນບໍ່ໃຫ້ມີການຕີກັບ.
ບໍ່ສາມາດເເກະຖົງເຄື່ອງກ່ອນໄດ້ ເພາະລູກຄ້າຈະໄດ້ຮັບສິນຄ້າຕົງປົກຕາມຮູບໂຕຈິງທີ່ໂພສເເລະເເຈ້ງໃຫ້ ຖ້າລູກຄ້າມັກ, ຖືກໃຈເເລະຫມັ້ນໃຈວ່າຖ້າໄດ້ເຄື່ອງຕາມຮູບເເລ້ວ ລຄ ຮັບເເນ່ນອນເເມ່ນສາມາດສັ່ງໄດ້ເລີຍຈຶ່ງບໍ່ໄດ້ເສຍເວລາກັນທັງສອງຝ່າຍເນີ້ລູກຄ້າ
ເພາະ
ຫາກບໍ່ຕົງຕາມຮູບ
ທາງເຮົາຍິນດີຄືນເງິນ
ຫາກເຄື່ອງມີບັນຫາ ຜິດສີ ຜິດໄຊ ຜິດເເບບ ທາງເຮົາຮັບຜິດຊອບຈັດປ່ຽນໃຫ້
ຂໍເເຕ່ເເຈ້ງທາງເຮົາມາ ຍິນດີຮັບຟັງເເລະໃຫ້ການຊ່ວຍເຫລືອສະເຫມີ.
